ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຜົນ​ການ​ເລືອກ​ຕັ້ງ​ຜູ້ນຳ​ຄົນ​ໃໝ່​ ໃນ​ບັງ​ກລາ​ເດັດ ອາດ​ບໍ່​ມີ​ການ​ປ່ຽນແປງ


ທ່ານ ນາງ ເສກ ຮາ​ສິ​ນາ ນາຍົກລັດຖະມົນຕີ ບັງ​ກລາ​ເທດ

     ຕາມ​ຂ່າວສານ​ຊິນ​ຮວາ ລາຍ​ງານ ວັນ​ທີ 8 ມັງກອນ, ໂດຍ​ອີງ​ຕາມ​ທ່ານ ນາງ ເສກ ຮາ​ສິ​ນາ (Sheikh Hasina)
ນາຍົກລັດຖະມົນຕີ ບັງ​ກລາ​ເທດ ຖະແຫຼງ​ວ່າ: ພັກ​ຂອງ​ທ່ານ​ໄດ້​ຮັບ​ໄຊຊະນະ ໃນ​ການ​ເລືອກ​ຕັ້ງ​ທົ່ວ​ປະເທດ​ເປັນ​ສະໄໝ​ທີ 5
ເຊິ່ງ​ໄດ້​ດຳເນີນ​ການ​ເລືອກ​ຕັ້ງ​ໃນ​ວັນ​ທີ 7 ມັງກອນ 2024. ທ່ານ​ນາງ​ໄດ້​ຮັບ​ໄຊຊະນະ​ໃນ​ນາມ​ພັກ​ຊາດ​ນິຍົມ ທີ່​ເປັນ​ພັກ​ຝ່າຍ​
ຄ້ານ​ໃຫຍ່​ສຸດ​ໃນ ບັງ​ກລາ​ເດັດ (BNP). ໃນ​ນັ້ນມີ​ພັກ​ນ້ອຍ 15 ພັກ​ຂວ້ຳ​ບາດ​ການ​ເລືອກ​ຕັ້ງ. ຕາມ​ໝາກຜົນ​ໃນ​ເບື້ອງ​ຕົ້ນ​ທີ່​
ໄດ້​ປະກາດ ໃນ​ວັນ​ທີ 7 ມັງກອນ, ພັກ​ສະຫະພັນ ອະມາມີ ຂອງ​ ທ່ານ​ນາງ ຮາ​ສິ​ນາ ນາຍົກລັດຖະມົນຕີ ຄົນ​ປັດຈຸບັນຍາດ​
ໄດ້​ໄຊຊະນະ​ຄັ້ງ​ທີ 4 ຢ່າງ​ລຽນຕິດ ຢູ່​ສະພາ​ແຫ່ງ​ຊາດ. ຄະນະ​ກຳມະການ​ເລືອກ​ຕັ້ງ​ແຫ່ງ​ຊາດ ບັງ​ກລາ​ເດັດ ຈະ​ປະກາດ​ຜົນ​
ຂອງ​ການ​ເລືອກ​ຕັ້ງ​ຢ່າງ​ເປັນ​ທາງ​ການ​ໃນ 2-3 ມື້​ຈະ​ມາ​ເຖິງ. ດ້ວຍ​ໄຊຊະນະ​ໃນ​ການ​ເລືອກ​ຕັ້ງ​ດັ່ງກ່າວ, ທ່ານ​ ນາງ ຮາ​ສິ​ນາ
ຈະ​ໄດ້​ດຳລົງ​ຕຳແໜ່ງ​ເປັນ​ນາຍົກລັດຖະມົນຕີ ອີກ​ສະໄໝ ແລະ ​ຍາວ​ນານ​ທີ່​ສຸດ​ຂອງ​ບັງ​ກລາ​ເດັດ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 10/01/2024